บทความ

ຕົວຕົນ ທີ່ຄົນບໍ່ຮູ້. ສີສຸກ ສູວັນນະຜ່ອງໃສ

รูปภาพ
ເຈົ້າຮູ້... ແຕ່ເຈົ້າບໍ່ຮູ້... ດ້ວຍເຫດທີ່ວ່ານັບຕັ້ງແຕ່ອະດີດ ຈົນເຖິງປັດຈຸບັນ ມະນຸດມີການພັດທະນາຢູ່ຕະຫຼອດ ຈາກທີ່ຕ້ອງເດີນທາງທີ່ຕ້ອງໃຊ້ເວລາເປັນອາທິດ ກາຍມາເປັນການເດີນທາງພຽງ 3 ຊົ່ວໂມງ, ຈາກການຕິດຕໍ່ສື່ສານກັນດ້ວຍຈົດໝາຍ ທີ່ອາດຈະຕ້ອງໃຊ້ເວລາສົ່ງ-ຮັບເປັນເດືອນ ກັບກາຍມາເປັນການຕິດຕໍ່ຫາກັນໂດຍສຳຜັດພຽງປາຍນິ້ວ ທຸກຄົນສາມາດຕິດຕໍ່ກັນໄດ້ ບໍ່ວ່າຈະຢູ່ໄສກໍຕາມເທິງໂລກໃບນີ້ ເຮັດໃຫ້ເຮົາທຸກຄົນຮູ້ ແລະເຫັນທຸກຢ່າງຕາມທີ່ຕ້ອງການ ເຮົາຮູ້ເກືອບໝົດທຸກຢ່າງໃນໂລກໜ່ວຍນີ້, ຮູ້ວ່າປະເທດໃດທີ່ພັດທະນາກວ່າໝູ່, ຮູ້ວ່າໃຜລວຍທີ່ສຸດ, ເຮົາຮູ້ທຸກຢ່າງນັບແຕ່ສາກກະເບືອ ຈົນເຖິງເຮືອຮົບ, ຮູ້ຮອດວ່າຄົນຂ້າງເຮືອນເຂົາຖຽງກັນຍ້ອນຫຍັງ, ຮູ້ເລີຍວ່າແມ່ນໃຜດັງທີ່ສຸດໃນສັງຄົມອອນລາຍ ແລະຫຼາຍໆຢ່າງ ແຕ່ໃນຂະນະທີ່ເຮົາບອກວ່າເຮົາຮູ້ຢູ່ນັ້ນ ເມື່ອແນມກັບມາຫາຕົວຕົນຂອງເຮົາເອງແລ້ວ ກໍພົບວ່າ ເຮົາຮູ້ທຸກຢ່າງໃນໂລກ ແຕ່ຕົວຕົນເຮົາເອງ ຍັງບໍ່ຮູ້ວ່າເຮົາມີເປົ້າໝາຍໃນຊິວິດຫຍັງກັນແທ້ ເຮົາເກີດມາເພື່ອເຮັດຫຍັງ ຖ້າທ່ານຮູ້ທຸກຢ່່າງ ກໍບໍ່ມີຄ່າ ຖ້າຫາກທ່ານບໍ່ຮູ້ໂຕຕົນຂອງທ່ານຢ່າງແທ້ຈິງ.                                 -      ສີສຸກ ສຸວັນນະຜ່ອງໃສ                              Seesouk SOU

ກ່ຽວກັບຜູ້ຂຽນ ພຣະ ສີສຸກ ສຸວັນນະຜ່ອງໃສ

รูปภาพ
ກ່ຽວກັບຜູ້ຂຽນ ພຣະ ສີສຸກ ສຸວັນນະຜ່ອງໃສ ------------------------------------------------------- ເກີດທີ່ບ້ານດອນຊຽງຫຼ້າ  ເມືອງຈຳປາສັກ  ແຂວງຈຳປາສັກ  •    ຮຽນຈົບ  ມັດທະຍົມຕອນຕົ້ນທີ່ໂຮງຮຽນມັດທະຍົມຕົ້ນສົງດອນຕະລາດ •   ຮຽນຈົບ  ມັດທະຍົມຕອນປາຍ  ທີ່ໂຮງຮຽນ  ມ. ສ  ສົງ ດົງໂດກ ແລະກຳລັງ ຮຽນຕໍ່ທີ່ວິທະຍາໄລສຸດສະກະ  ເພື່ອການບໍລິຫານ ແລະເຕັກໂນໂລຊີ ສາຂາ  ນິເທດສາດ ປີ 2  ຜົນງານ ແລະການເຄື່ອນໄຫວ ---------------------------------------------------------------------             ປີ 2017  ໄດ້ຖືກບັນຈຸຊື່  ເຂົ້າເປັນສະມາຊິກໜ່ວຍງານສື່  ແລະປະຊາສຳພັນ  ຂອງໂຄງການເມດຕາທັມ ແລະໄດ້ລົງສອນຫຼັກສີລະທັມຕາມສະຖານສຶກສາຕ່າງໆທີ່ທາງໂຄງການມອບໝາຍໃຫ້ ໄດ້ຂຽນປຶ້ມທີ່ມີຊື່ວ່າ  ຄິດບວກ  ຊີວິດບວກ  ແລະປຶ້ມ “ ເພື່ອ ຄວາມຮູ້ແຈ້ງ ” ນອກຈາກນີ້ຍັງໄດ້ຮ່ວມອອກແບບປຶ້ມ  ວາລະສານ  ແລະສິ່ງພິມອື່ນໆໃຫ້ຄູບາອາຈາຣຍ໌  ເພື່ອ ເປັນທັມມະທານ ປະກອບສ່ວນໃນສັງຄົມ.